ASF header

ຍີນດີຕອນຮັບສູ່ ເອເຊຍ ຟຣ້ອນເທຍ ແຄບປິຕານ

ເອເຊຍ ຟຣ້ອນເທຍ ແຄບປິຕານ ເປັນບໍລິສັດຈັດການກອງທຶນທີ່ມີຄວາມຊ່ຽວຊານໃນການລົງທຶນໃນຕະຫຼາດເກີດໃໝ່ຂອງທະວີບອາຊີ ໂດຍບໍລິຫານກອງທຶນ AFC Asia Frontier Fund ແລະ AFC Vietnam Fund.

ເອເຊຍ ຟຣ້ອນເທຍ ແຄບປິຕານ ລົງທຶນໃນກາສານທຶນໃນຕະຫຼາດເກີດໃໝ່ຂອງອາຊີ ທີ່ໄດ້ຮັບປະໂຫຍດ ຈາກການບໍລິໂພກ ເນື່ອງມາຈາກໂຄງສ້າງປະຊາກອນ ລາຍໄດ້ທີ່ເພີ່ມຂື້ນ ແລະ ການຂະຫຍາຍຕົວຂອງ GDP ກອງທຶນລົງທຶນໃນກາສານທຶນທີ່ຈົດທະບຽນ ແລະ ມີທຸລະກິດຢູ່ໃນ ບັງກະລາເທດ ພູຕານ ກໍາປູເຈຍ ອີລັກ ລາວ ເມົາດິຟ ມອງໂກເລຍ ມຽນມ້າ ປາກີສະຕານ ປາປົວນິວກີນີ ສີລັງກາ ແລະ ຫວຽດນາມ ໂດຍທາງກອງທຶນໄດ້ກໍານົດທິດທາງເພື່ອໃຫ້ໄດ້ປະໂຫຍດຈາກການປ່ຽນແປງຂອງເສດຖະກິດໃນປະເທດເຫຼົ່ານັ້ນເພື່ອຜົນຕອບແທນທີ່ສູງ ແລະ ການກະຈາຍຄວາມສ່ຽງທີ່ດີ ກອງທຶນບໍລິຫານງານໂດຍ Thomas Hugger ຜູ້ກໍ່ຕັ້ງ ແລະ CEO ດ້ວຍປະສົບການການລົງທຶນໃນຕະຫຼາດເກີດໃໝ່ໃນອາຊີ ແລະ ອາຟິກກາ ຫຼາຍກວ່າ 20 ປີ

AFC Vietnam Fund ໄດ້ເລີ່ມຕັ້ງຂື້ນເມື່ອວັນທີ 11 ທັນວາ 2013 ແລະ ບໍລິຫານພາຍໃຕ້ການນໍາຂອງ Thomas Hugger ແລະ Andreas Vogelsanger ເຊິ່ງມີປະສົບການໃນການລົງທຶນໃນຕະຫຼາດເກີດໃໝ່ຮ່ວມກັນຫຼາຍກວ່າ 50 ປີ ກອງທຶນນີ້ລົງທຶນສະເພາະໃນກາສານທຶນໃນປະເທດຫວຽດນາມ ໂດຍເນັ້ນຮຸ້ນຄຸນຄ່າຂະໜາດນ້ອຍ-ກາງທີ່ມີການຂະຫຍາຍຕົວສູງ Andreas Karall ເຊິ່ງເປັນ Chief Investment Officer ຂອງກອງທຶນສາມາດຄົ້ນຫາຫຼາຍກວ່າ 100 ບໍລິສັດທີ່ມີການຊື້-ຂາຍທີ່ລະດັບ 6-7 ເທົ່າຂອງອັດຕາສ່ວນ P/E ແລະ ມີລາຄາຕໍ່າກວ່າມູນຄ່າທາງບັນຊີ ບໍລິສັດເຫຼົ່ານີ້ບາງບໍລິສັດທີ່ຈ່າຍປັນຜົນເຖິງ 9 % ແລະ ບາງບໍລິສັດມີເງິນສົດສຸດທິຫຼາຍເກືອບເທົ່າມູນຄ່າຕະຫຼາດ (Market Cap)

ເພື່ອຂໍຂໍ້ມູນເພີ່ມເຕີມ ຫຼືຕິດຕໍ່ຜູ້ບໍລິຫານກອງທຶນ ກະລຸນາອີເມວມາມາທີ່ This email address is being protected from spambots. You need JavaScript enabled to view it..

ເອ ເອຟ ຊີ ເອເຊຍ ຟຣ້ອນເທຍ ຟັນ

ຜົນງານການລົງທຶນ - Class A USD

AAFF-Perf-Chart

ເອເຊຍ ຟຣ້ອນເທຍ ແຄບປິຕານ ເປັນບໍລິສັດຈັດການກອງທຶນຈົດທະບຽນທີ່ ເຄແມນ ໄອແລນ ໂດຍມີກອງທຶນເປີດເປີດໃຫ້ສໍາລັບນັກລົງທຶນ ກອງທຶນ AFC Asia Frontier Fund ເປີດໄວ້ສໍາລັບນັກລົງທຶນຈາກສະຫະລັດອາເມລິກາ ແລະ ກອງທຶນ AFC Asia Frontier Fund (non-US) ເປີດໄວ້ສໍາລັບນັກລົງທຶນທີ່ບໍ່ໄດ້ມາຈາກສະຫະລັດອາເມລິກາເທົ່ານັ້ນ

ກອງທຶນເປີດຂາຍທຸກໆເດືອນໂດຍປິດການຂາຍ 5 ວັນລັດຖະການກ່ອນວັນລັດຖະການສຸດທ້າຍຂອງ ເດືອນ ໜ່ວຍລົງທຶນມີ 2 class ແລະ ສາມາດລົງທຶນໄດ້ໃນສະກຸນເງິນ USD, CHF ແລະ EUR

ຂໍແບບຟອມການຊື້-ຂາຍໜ່ວຍລົງທຶນຫຼືຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່ This email address is being protected from spambots. You need JavaScript enabled to view it..

 Class AClass B
ຄ່າ​ບໍລິຫານ 1.8% ຕໍ່​ປີ​ຂອງ​ມູນ​ຄ່າ​ຊັບ​ສິນ​ສຸດທິ 1.5% ຕໍ່​ປີ​ຂອງ​ມູນ​ຄ່າ​ຊັບ​ສິນ​ສຸດ​ທິ
ຄ່າ​ຕອບ​ແທນ​ຕາມ​ຜົນງານ 10% ຕໍ່​ປີ​ຂອງ​ມູນ​ຄ່າ​ຊັບ​ສິນ​ສຸດທິທີ່ເພີ່ມຂື້ນທີ່ຫຼາຍກວ່າ 3 month USD LIBOR +2% ​ແລະ high watermark 8% ຕໍ່​ປີ​ຂອງ​ມູນ​ຄ່າ​ຊັບ​ສິນ​ສຸດທິທີ່ເພີ່ມຂື້ນທີ່ຫຼາຍກວ່າ 3 month USD LIBOR +2% ​​ແລະ high watermark
ຊື້​ໜ່ວຍ​ລົງທຶນ 5 ວັນ​ລັດຖະການ​ກ່ອນ​ວັນ​ລັດຖະການ​ສຸດ​ທ້າຍ​ຂອງ​ແຕ່ລະ​ເດືອນ 5 ວັນ​ລັດຖະການ​ກ່ອນ​ວັນ​ລັດຖະການ​ສຸດ​ທ້າຍ​ຂອງ​ແຕ່ລະ​ເດືອນ
ຂາຍ​ຄືນ​ໜ່ວຍ​ລົງທຶນ ທຸກ​ເດືອນ​ ທີ່ມູນ​ຄ່າ​ຊັບ​ສິນ​ສຸດທິ ​ໂດຍ​ແຈ້ງລ່ວງ​ໜ້າ 90 ວັນ ທຸກ​ເດືອນ​ທີ່​ມູນ​ຄ່າ​ຊັບ​ສິນ​ສຸດ​ທິ ​ໂດຍ​ແຈ້ງ​ລ່ວງ​ໜ້າ 180 ວັນ
ສະກຸນ​ເງິນ​ຂອງ​ກອງ​ທຶນ USD, EUR, CHF USD, EUR, CHF
ເງິນ​ລົງທຶນ​ຂັ້ນຕໍ່າ USD 25,000 ສໍາລັບ​ໜ່ວຍ​ລົງທຶນ USD USD 25,000 ສໍາລັບ​ໜ່ວຍ​ລົງທຶນ USD
EUR 25,000 ສໍາລັບ​ໜ່ວຍ​ລົງທຶນ EUR EUR 25,000 ສໍາລັບ​ໜ່ວຍ​ລົງທຶນ EUR
CHF 25,000 ສໍາລັບ​ໜ່ວຍ​ລົງທຶນ CHF CHF 25,000 ສໍາລັບ​ໜ່ວຍ​ລົງທຶນ CHF
ວັນ​ຄໍານວນ​ໜ່ວຍ​ລົງທຶນ ວັນ​ລັດຖະການ​ສຸດ​ທ້າຍ​​ຂອງ​ແຕ່ລະ​ເດືອນ ວັນ​ລັດຖະການ​ສຸດ​ທ້າຍ​​ຂອງ​ແຕ່ລະ​ເດືອນ

ເອ ເອຟ ຊີ ຫວຽດນາມ ຟັນ

ຜົນຕອບແທນຊັບສິນສຸດທິ ຄໍານວນເປັນ USD

AVF-Perf-Chart

ເອເຊຍ ຟຣ້ອນເທຍ ແຄບປິຕານ ຫວຽດນາມ ເປັນບໍລິສັດຈັດການກອງທຶນຈົດທະບຽນ ທີ່ ເຄແມນ ໄອແລນ ໂດຍບໍລິຫານກອງທຶນເປີດ AFC Vietnam ກອງທຶນມີເປົ້າໝາຍໃນການສ້າງຜົນຕອບແທນໄລຍະຍາວໃນການລົງທຶນ ໂດຍການລົງທຶນເນັ້ນຄຸນຄ່າໃນບໍລິສັດຂະໜາດນ້ອຍ-ກາງທີ່ມີການຂະຫຍາຍຕົວສູງ

AFC Vietnam Fund ບໍລິຫານພາຍໃຕ້ການນໍາຂອງ Thomas Hugger, Andreas Karall ແລະ Andreas Vogelsanger ເຊິ່ງມີປະສົບການໃນການລົງທຶນໃນຕະຫຼາດເກີດໃໝ່ຮ່ວມກັນຫຼາຍກວ່າ 75 ປີ ລວມເຖິງປະສົມການໃນຕໍາແໜ່ງຜູ້ບໍລິຫານໃນກໍາປູເຈຍ ຮົງກົງ ສີລັງກາ ແລະ ໄທ.

ຂໍແບບຟອມການຊື້ໜ່ວຍລົງທຶນ ຫຼື ຂໍຂໍ້ມູນເພີ່ມເຕີມກະລຸນາຕິດຕໍ່ This email address is being protected from spambots. You need JavaScript enabled to view it..

 Class C
ຄ່າ​ບໍລິຫານ 1.8% ຕໍ່​ປີ​ຂອງ​ມູນ​ຄ່າ​ຊັບ​ສິນ​ສຸດທິ
ຄ່າ​ຕອບ​ແທນ​ຕາມ​ຜົນງານ 12.5% ຕໍ່​ປີ​ຂອງ​ມູນ​ຄ່າ​ຊັບ​ສິນ​ສຸດທິທີ່ເພີ່ມຂື້ນທີ່ຫຼາຍກວ່າhigh watermark
ຊື້​ໜ່ວຍ​ລົງທຶນ 5 ວັນ​ລັດຖະການ​ກ່ອນ​ວັນ​ລັດຖະການ​ສຸດ​ທ້າຍ​ຂອງ​ແຕ່ລະ​ເດືອນ
ຂາຍ​ຄືນ​ໜ່ວຍ​ລົງທຶນ ທຸກ​ເດືອນ​ທີ່​ມູນ​ຄ່າ​ສຸດທິ​ໂດຍ​ແຈ້ງ​ລ່ວງ​ໜ້າ 60 ວັນ
ສະກຸນ​ເງິນ​ຂອງ​ກອງ​ທຶນ USD
ເງິນ​ລົງທຶນ​ຂັ້ນຕໍ່າ USD 10,000
ວັນ​ຄໍານວນ​ໜ່ວຍ​ລົງທຶນ ວັນລັດຖະການ​ສຸດ​ທ້າຍ​ຂອງ​ແຕ່ລະ​ເດືອນ

ຕິດຕໍ່ AFC

ທີ່ຢູ່ຈົດທະບຽນ:
Asia Frontier Capital Ltd.
c/o Ogier Fiduciary Services (Cayman) Ltd.
89 Nexus Way
Camana Bay
Grand Cayman KY1-9007
Cayman Islands

ສໍານັກງານໃຫ່່ຍ:
Asia Frontier Investments Ltd.
1208, 12th Floor, Loon Kee Building
267-275 Des Voeux Road Central
Hong Kong
ໂທລະສັບ: +852 3904 1015
ແຟກ: +852 3904 1017
ອີເມວ: This email address is being protected from spambots. You need JavaScript enabled to view it.

 

mrt-logo
ສະຖານີ Sheung Wan, ທາງອອກ B (Island Line)

Asia Frontier Investments ໄດ້ຮັບອະນຸຍາດໂດຍ Hong Kong Securities and Futures Commission "SFC" for Type 4 (Advising on Securities) ແລະ for Type 9 (Asset Management)